CPU ໜ່ວຍປະມວນຜົນກາງ
CPU: Central Processing Unit ຫຼື ໄມໂຄຣໂປຣເຊສເຊີ (Microprocessor)
CPU: ແປເປັນພາສາລາວວ່າ: ໜ່ວຍປະມວນຜົນກາງມັນເຮັດໜ້າທີ່ໃນການຄິດ, ການຄຳນວນທຸກສິ່ງທຸກຢ່າງໆລວມໄປເຖິງການຂຽນຂໍ້ມວນລົງໃນໜ່ວຍຄວາມຈຳ ແລະການຕິດຕໍ່ກັບອຸປະກອນພາຍນອກ ຖ້າທຽບກັບມະນຸດກໍ່ປຽບເໝືອນສະໝອງ ແລະຫົວໃຈຂອງມະນຸດຄວາມສາມາດໃນການປະຕິບັດງານຂອງຊີພີຢູຈະຂື້ນກັບການອອກແບບຂອງວົງຈອນພາຍໃນຂອງແຕ່ລະຕົວ.
ຊີພີຢູທີ່ໃຊ້ກັບເຄື່ອງຄອມພິວເຕີພີຊີຕົວທຳອິດຂອງບໍລິສັດ Intel ມີເບີແມ່ນ 8088 ຄຳວ່າ Intel ແມ່ນບໍລິສັດໜຶ່ງໃນປະເທດສະຫະລັດອາເມລິກາທີ່ຜະລິດຊີພີຢູ ແລະ ໄອຊີ (IC Integrated Circuit) ອອກຈຳໜ່າຍຕາມໝາຍເລກ 80 ນຳໜ້າເຊັ່ນ: 80286, 80386, 80486,…..ລະຫັດທີ່ບອກໃຫ້ຮູ້ວ່າໄອຊີທີ່ຂື້ນຕົ້ນດ້ວຍໝາຍເລກ 80 ນີ້ຈະເປັນຊີພີຢູ.
ໜ່ວຍຄວາມຈຳ Memory
ໜ່ວຍຄວາມຈຳແມ່ນບ່ອນເກັບຂໍ້ມູນຂອງຄອມພິວເຕີ, ບໍ່ວ່າຈະເປັນຂໍ້ມູນດິບ, ຂໍ້ມູນຫຼັງການປະມວນຜົນແລ້ວ, ຫຼື ເປັນຂໍ້ມູນທີ່ເປັນຄຳສັ່ງ ວິທີການປະມວນຜົນຄ້າຍກັບຄວາມຈຳຂອງຄົນ,ໜ່ວຍຄວາມຈຳຂອງຄອມພິວເຕີໄດ້ແບ່ງອອກເປັນ 2 ປະເພດຄື:
- ໜ່ວຍຄວມຈຳຖາວອນ (Rom)
ໜ່ວຍຄວາມຈຳຖາວອນ (Rom): Read Only Memory ເປັນໜ່ວຍຄວາມຈຳທີ່ເກັບຂໍ້ມູນແບບຖາວອນຜູ້ໃຊ້ບໍ່ສາມາດຂຽນຂໍ້ມູນລົງໃນຣອມໄດ້, ຂໍ້ມູນແລະໂປຣແກຣມຂອງຣອມໄດ້ຮັບການບັນທຶກມາຈາກບໍລິສັດຜະລິດພີຊີໂດຍກົງ, ຂໍ້ມູນໃນຣອມເປັນໂປຣແກຣມທີ່ໃຊ້ໃນການຄວບຄຸມອຸປະກອນຕ່າງໆ (Hardware) ຂໍ້ມູນເຫລົ່ານີ້ເປັນໂປຣແກຣມສະເພາະເຊັ່ນ: ໂປຣແກຣມໄບອອສ BIOS : Basic Input Output System ຄືໂປຣແກຣມຄວບຄຸມການປະຕິບັດງານຂອງອຸປະກອນຮັບ ແລະສະແດງຜົນຂໍ້ມູນຕ່າງໆ.
- ໜ່ວຍຄວາມຈຳຊົ່ວຄາວ (Ram)
ໜ່ວຍຄວາມຈຳຊົ່ວຄາວ: (Ram): Random Access Memory ເປັນໜ່ວຍຄວາມຈຳທີ່ເຮັດໜ້າທີ່ ເປັນໜ່ວຍຄວາມຈຳຂອງລະບົບປະຕິບັດການ ແລະ ໂປຣແກຣມຕ່າງໆທີ່ແລ່ນຢູ່ພາຍ ໃຕ້ສະພາບແວດລ້ອມຂອງລະບົບປະຕິບັດການນັ້ນໆ ເມື່ອມີກະແສໄຟຟ້າລ້ຽງວົງຈອນກໍ່ມີຄວາມສາມາດເກັບຂໍ້ມູນໄວ້ໄດ້ ແຕ່ຖ້າບໍ່ມີຂໍ້ມູນທີ່ເກັບໄວ້ໃນ Ram ກໍ່ຈະສູນຫາຍທັງໝົດ ເພາະ Ram
Không có nhận xét nào:
Đăng nhận xét