ສະຫຼຸບອາການເສຍແລະການແກ້ໄຂບັນຫາຂອງComputer
ສະຫຼຸບອາການເສຍ ແລະ ການແກ້ໄຂບັນຫາຂອງ Computer.
ອາການເສຍຂອງ Computer ນັ້ນມີຫຼາຍສາຍເຫດ ສາມາດວິເຄາະອາການເບື້ອງຕົ້ນໄດ້ດັ່ງນີ້:
- ອາການບູດເຄື່ອງຂື້ນມາແລ້ວທຸກຢ່າງບໍ່ທຳງານ ແລະ ງຽບ…
ວິທີແກ້ໄຂ: ໃຫ້ກວດເບິ່ງພັດລົມເບື້ອງທ້າຍວ່າປິ່ນຫຼືບໍ່ ຫາກບໍ່ປິ່ນເປັນໄປໄດ້ວ່າປັກໄຟເສຍຫຼື ອາດຂາດໃນ ແລະ ໃຫ້ເຂົ້າໄປເຊັກທີ່ຟິວຂອງ Power Supply ຫາກຟິວຂາດໃຫ້ຊື້ຟິວລຸ້ນ ດຽວກັນມາປ່ຽນ ແຕ່ຖ້າ Power Supply ເສຍຄວນແນະນຳໃຫ້ຊື້ມາໃສ່ໃໝ່.
2. ອາການບູດເຄື່ອງແລ້ວຈໍມືດ ແຕ່ໄຟ LED ໜ້າຈໍ ແລະ ໄຟເຄສຕິດ.
ວິທີແກ້ໄຂ: ໃຫ້ກວດສອບທີ່ປຸ່ມປັບສີທີ່ໜ້າຈໍກ່ອນ ຈາກນັ້ນຈຶ່ງກວດໃນສ່ອນສາຍໄຟແລະສາຍ ສັນຍານລະຫວ່າງເຄສແລະຈໍພາບ ຫຼື ບໍ່ກໍ່ອາດເປັນເພາະສຽບກາດຈໍບໍ່ແໜ້ນ ຫາກກວດອາ ການເຫຼົ່ານີ້ແລ້ວ ທຸກຢ່າງເປັນປົກກະຕິດີ ສາເຫດໜ້າຈະເກີດຈາກກາສສະແດງຜົນ ແລະ ຈໍພາບໃຫ້ເອົາອຸປະກອນທັງ 2 ອັນໄປລອງກັບອີກເຄື່ອງໜຶ່ງທີ່ທຳງານປົກກະຕິ ຖ້າຫາກກາດສະແດງຜົນເພ ກໍ່ຄວນຈະປ່ຽນໃໝ່ ແຕ່ຖ້າເປັນຈໍພາບໃຫ້ກວດອີກເທື່ອໜຶ່ງ ຖ້າແປງໄດ້ກໍ່ຄວນ ແປງເອົາ.
- ອາການບູດເຄື່ອງແລ້ວມີໄຟ້ທີ່ໜ້າຈໍເຄສ ແລະ ໄຟຟ໋ອບປີ້ໄດ້ສ໌ ແຕ່ຈໍມືດ ແລະ ທຸກຢ່າງງຽບ.
ວິທີແກ້ໄຂ: ໃຫ້ກວດສອບເບິ່ງການເຊື່ອມຕໍ່ລະຫວ່າງຂົ້ວຕໍ່ສາຍໄຟຂອງ power supply ກັບ ເມນບອດຖືກຕ້ອງຫຼືບໍ່ ຫຼຸດຫຼວມຫຼືບໍ່ ກວດສອບສາຍແພທີ່ເຊື່ອມຕໍ່ກັບ IDE ຂອງ HDD, FDD ແລະ CD-Rom ຖືກຕ້ອງຫຼືບໍ່ ຫຼຸດຫຼວມຫຼືບໍ່ ກວດສອບການຕິດຕັ້ງ CPU ວ່າໃສ່ຖືກຫຼືບໍ່ ຊີພີຢູເສຍຫຼືບໍ່ ກວດສອບ Jumper ຫຼື ດິບສະວິສ ແລະ ການເຂົ້າໄປປ່ຽນແປ່ງຄ່າໃນ BIOS ວ່າມີການກຳນົດຄ່າທີ່ຖືກຕ້ອງຫຼືບໍ່ ໂດຍສະເພາະຄ່າແຮງດັນໄຟ V core.
- ອາການທີ່ຈໍພາບສະແດງຂໍ້ຄວາມຜິດພາດວ່າ HDD FAILURE.
ວິທີແກ້ໄຂ: ກວດສອບການຕັ້ງຄ່າໃນ BIOS ວ່າຖືກຕ້ອງຫຼືບໍ່
ກວດສອບຂົ້ວຕໍ່ IDE ວ່າມີການສຽບຜິດດ້ານຫຼືບໍ່ ຫຼຸດຫຼວມຫຼືບໍ່
ກວດສອບ HDD ວ່າເສຍຫຼືບໍ່ ໂດຍການເຂົ້າໄປເມນູ BIOS ແລະ ໃຊ້ຫົວຂໍ້ IDE HDD Auto Detection ກວດຫາ HDD ຖ້າບໍ່ພົບສະແດງວ່າ HDD ມີບັນຫາ ແຕ່ຖ້າຫາກພົບສະ ແດງວ່າ HDD ປົກກະຕິ.
- ອາການເມື່ອບູດເຄື່ອງຂື້ນມາແລ້ວມີສັນຍານດັງ ບິບ……….ບິບ.
ວິທີແກ້ໄຂ: ຄວນກວດສອບ Ram ວ່າທຳງານເປັນປົກກະຕິຫຼືບໍ່ ຕິດຕັ້ງດີແລ້ວຫຼືຍັງ ວິທີແກ້ໄຂໃຫ້ຖອດແລ້ວສຽບໃໝ່ ກວດສອບຊີພີຢູ ແລະ ການຕັ້ງຄ່າຈຳເປີວ່າຖືກຕ້ອງຫຼືບໍ່ ວິທີແກ້ໄຂຕັ້ງຄ່າ Jumper ຈາກຄູ່ເມນບອດ.
Không có nhận xét nào:
Đăng nhận xét