Thứ Năm, 3 tháng 11, 2016

ມາຮູ້ຈັກກັບ USB

ມາຮູ້ຈັກ USB
USB ແມ່ນຫຍັງ?
USB ຫຍໍ້ມາຈາກ.Universal Serial Bus ..ເປັນພອດຫລືຊ່ອງທາງໃນການສື່ສານ
ລະຫວ່າງຄອມພິວເຕີ້ກັບອຸປະກອນອຶ່ນໆ..ບໍ່ວ່າຈະເປັນ.Printer,Modem,Mouse,
Keyboard, Digital camera…ແລະອຶ່ນໆ.ອີກຫລາຍຢ່າງຖືວ່າເປັນພອດ.(poty)
ທີ່ສຳຄັນແລະນິຍົມກັນໃຊ້ຫລາຍໃນປັດຈຸບັນ..
USB..ເລີ່ມຕົ້ນມີການໃຊ້ງານມີລຸ້ນ..USB 1.1 ຕໍ່ມາມີການພັດທະນາໃຫ້ມີຄວາມໄວສູງ
ໂດຍປ່ຽນເປັນເວີຊັນ..USB 2.0 ໂດຍມີລາຍລະອຽດດັ່ງລຸ່ມນີ້:
USB ເວີຊັນ. 1.1 ມີຄວາມໄວໃນການຮັບສົ່ງຂໍ້ມູນ..12 Mbits ຕໍ່ວິນາທີ
USB ເວີຊັນ.2.0 ມີຄວາມໄວໃນການຮັບສົ່ງຂໍ້ມູນ 480 Mbits ຕໍ່ວິນາທີ
ຂໍ້ຄວນລະມັດລະວັງໃນການເລືອກຊື້ USB 2.0 Full speed and USB 2.0 Hi speed
USB Version 2.0 full speed ມີຄວາມໄວໃນການຮັບສົ່ງຂໍ້ມູນ.12 Mbits ຕໍ່ວິນາທີ
USB version 2.0 Hi speed ມີຄວາມໄວໃນການຮັບສົ່ງຂໍ້ມູນ.480 Mbits ຕໍ່ວິນາທີ
ການໃຊ້ງານ..USB Port. USB ເປັນພອດທີ່ມີການໃຊ້ກະແສໄປດ້ວຍ. ດັ່ງນັ້ນຫລັງຈາກການ
ໃຊ້ງານຫລືຖອດUSBອອກຈາກເຄື່ອງຄອມ…ຄອມເຮົາຈຳເປັນຈະຕ້ອງມີການຮຽກໃຊ້
“Safely Remove Hardware” ຫລື “Unplug or Eject Hardware” ເສຍກ່ອນໂດຍມີຂັ້ນ
ຕອນສັ້ນໆດັ່ງນີ້:
ດັບເບີ້ນຄຣິກເລືອກທີ່ຮູບລູກສອນສີຂຽວທີ່ບໍລິເວນ..TASKBAR ຫລື.ຄຣິກຂວາແລ້ວເລືອກ
Safely Remove Hardware ຫລື Unplug or Eject Hardware (ແລ້ວແຕ່ Windows ແຕ່ລະເວີຊັນ)
ເລືອກອຸປະກອນທີ່ຕ້ອງການຍົກເລີກ…ຈາກນັ້ນໃຫ້ຄຣິກປຸ່ມ.Stop..ແລ້ວກໍ່ສາມາດຖອດອຸປະກອນທີ່
ເຊື່ອມຕໍ່ກັບຄອມພິວເຕີ້ໄດ້

Không có nhận xét nào:

Đăng nhận xét