Thứ Năm, 3 tháng 11, 2016

CPU ໜ່ວຍປະມວນຜົນກາງ

CPU: Central Processing Unit ຫຼື ​ໄມ​ໂຄຣ​ໂປຣ​​ເຊ​ສ​ເຊີ (Microprocessor)
CPU: ​ແປ​ເປັນ​ພາສາ​ລາວ​ວ່າ: ໜ່ວຍປະມວນ​ຜົນ​ກາງມັນ​ເຮັດໜ້າທີ່​ໃນ​ການ​ຄິດ, ການ​ຄຳນວນ​ທຸກ​ສິ່ງ​ທຸກ​ຢ່າງໆລວມ​ໄປ​ເຖິງ​ການ​ຂຽນຂໍ້​ມວນ​ລົງ​​ໃນໜ່ວຍຄວາມ​ຈຳ ​ແລະການ​ຕິດຕໍ່ກັບ​ອຸປະກອນ​ພາຍນອກ​ ຖ້າ​ທຽບກັບ​ມະນຸ​ດກໍ່​ປຽບ​ເໝືອນສະໝອງ ​ແລະຫົວ​ໃຈ​ຂອງ​ມະນຸດຄວາມ​ສາມາດ​​ໃນ​ການ​ປະຕິບັດງານ​ຂອງ​ຊີ​ພີ​ຢູຈະ​ຂື້ນກັບ​ການ​ອອກ​ແບບ​ຂອງ​ວົງ​ຈອນ​ພາຍ​ໃນ​ຂອງ​ແຕ່​ລະ​ຕົວ.
ຊີ​ພີ​ຢູທີ່​ໃຊ້​ກັບ​ເຄື່ອງ​ຄອມ​ພິວ​ເຕີ​ພີ​ຊີ​ຕົວ​ທຳ​ອິດ​ຂອງ​ບໍລິສັດ Intel ມີ​ເບີ​ແມ່ນ 8088 ຄຳ​ວ່າ Intel ​ແມ່ນ​ບໍລິສັດໜຶ່ງ​ໃນ​ປະ​ເທດ​ສະຫະລັດ​ອາ​ເມ​ລິ​ກາ​ທີ່​ຜະລິດ​ຊີ​ພີ​ຢູ ​ແລະ ​ໄອ​ຊີ (IC Integrated Circuit) ອອກ​ຈຳໜ່າຍຕາມໝາຍ​ເລກ 80 ນຳໜ້າ​ເຊັ່ນ: 80286​, 80386, 80486,…..ລະຫັດ​ທີ່​ບອກ​ໃຫ້​ຮູ້​ວ່າ​​ໄອ​ຊີ​ທີ່​ຂື້ນຕົ້ນດ້ວຍໝາຍ​ເລກ 80 ນີ້ຈະ​ເປັນ​ຊີ​ພີ​ຢູ.
ໜ່ວຍຄວາມ​ຈຳ Memory
ໜ່ວຍຄວາມ​ຈຳ​ແມ່ນບ່ອນ​ເກັບ​ຂໍ້​ມູນ​ຂອງ​ຄອມ​ພິວ​ເຕີ, ບໍ່ວ່າ​ຈະ​ເປັນ​ຂໍ້​ມູນ​ດິບ, ຂໍ້​ມູນ​ຫຼັງການ​ປະມວນ​ຜົນ​ແລ້ວ, ຫຼື ​ເປັນ​ຂໍ້​ມູນ​ທີ່​ເປັນ​ຄຳ​ສັ່ງ ວິທີ​ການ​ປະມວນ​ຜົນ​ຄ້າຍ​ກັບ​ຄວາມ​ຈຳ​ຂອງ​ຄົນ,ໜ່ວຍຄວາມ​ຈຳ​ຂອງ​ຄອມ​ພິວ​ເຕີ​ໄດ້​ແບ່ງ​ອອກ​ເປັນ 2 ປະ​ເພດ​ຄື:
  1. ໜ່ວຍຄວມຈຳ​ຖາວອນ (Rom)
ໜ່ວຍຄວາມ​ຈຳ​ຖາວອນ (Rom): Read Only Memory ​ເປັນໜ່ວຍຄວາມ​ຈຳ​ທີ່​ເກັບ​ຂໍ້​ມູນ​ແບບ​ຖາວອນຜູ້​ໃຊ້​ບໍ່ສາມາດ​ຂຽນຂໍ້​ມູນ​ລົງ​ໃນຣອມ​ໄດ້, ຂໍ້ມູນແລະໂປຣແກຣມຂອງຣອມໄດ້ຮັບການບັນທຶກມາຈາກບໍລິສັດຜະລິດພີຊີໂດຍກົງ, ຂໍ້ມູນໃນຣອມເປັນໂປຣແກຣມທີ່ໃຊ້ໃນການຄວບຄຸມອຸປະກອນຕ່າງໆ (Hardware) ຂໍ້​ມູນ​ເຫລົ່ານີ້​ເປັນ​ໂປຣ​ແກຣມສະ​ເພາະ​​ເຊັ່ນ: ​ໂປຣ​ແກຣມ​ໄບອອສ BIOS : Basic Input Output System ຄື​ໂປຣ​ແກຣມຄວບ​ຄຸມ​ການ​ປະຕິບັດງານ​ຂອງ​ອຸປະກອນຮັບ ​ແລະສະ​ແດງ​ຜົນ​ຂໍ້​ມູນ​ຕ່າງໆ.
  1. ໜ່ວຍຄວາມ​ຈຳ​ຊົ່ວຄາວ (Ram)
ໜ່ວຍຄວາມ​ຈຳ​ຊົ່ວຄາວ: (Ram): Random Access Memory ​ເປັນໜ່ວຍຄວາມ​ຈຳ​ທີ່​ເຮັດໜ້າທີ່ ​ເປັນໜ່ວຍຄວາມ​ຈຳ​ຂອງ​ລະບົບ​ປະຕິບັດ​ການ ​ແລະ ​ໂປຣ​ແກຣມຕ່າງໆທີ່​ແລ່ນ​ຢູ່​ພາຍ ​ໃຕ້​ສະພາບ​ແວດ​ລ້ອມ​ຂອງ​ລະບົບ​ປະຕິບັດ​ການ​ນັ້ນໆ ​ເມື່ອ​ມີ​ກະ​ແສ​ໄຟຟ້າ​ລ້ຽງວົງ​ຈອນ​ກໍ່ມີ​ຄວາມສາມາດ​​ເກັບ​ຂໍ້​ມູນ​ໄວ້​​ໄດ້ ​ແຕ່​ຖ້າ​ບໍ່ມີ​ຂໍ້​ມູນ​ທີ່​ເກັບ​ໄວ້​ໃນ Ram ກໍ່ຈະ​ສູນຫາຍ​ທັງໝົດ ​ເພາະ Ram

ຄີລັດ​ຂອງ Windows

##  ຄີລັດຂອງ Windows
​CTRL + A = ​ເລືອກ​ທັງໝົ​ດ
CTRL + C = COPY ​ໄຟ​ຂໍ້ຄວາມ​ທີ່​ເລືອກ
CTRL + V = PAST ​ໄຟ​ຂໍ້ຄວາມ​ທີ່​ເລືອກ
CTRL + X = CUT ​ໄຟ​ຂໍ​ຄວາ​ມີ່​ເລືອກ
​CTRL + Z = ຍົກ​ເລີກ​ຄຳ​ສັງ​ທີ່​ຜ່ານ​ມາ
ປຸ່ມ Windows ຢູ່​ກາງ​ລະຫວ່າງ CTRL ​ແລະ ALT.
Windows = ສະ​ແດງ start menu
Windows + D = minize ໜ້າຕ່າງ​ໂປຣ​ແກ​ຣທັງໜ້າຈໍ
Windows + E = ​ເປີດ ​windows explorer
Windows + F = Search for computer ທໍາງານ
Windows + F1 = Help ທໍາ​ງານ
Windows + R = ​ເປີດໜ້າຕ່າງ Run
Windows + Pause Break = ​ເປີດໜ້າຕ່າງ System properties
Windows + Shift + M = Maximize = ໜ້າຕ່າງ​ໂປຣ​ແກຣມທັງໝົດ
## ການ​​ເຊື່ອງ Control Panel
​     ໃຫ້​ເຂົ້າ​ໄປ​ທີ່  HKEY_CURRENT_USER\Software\Microsoft\Windows\ CurrentVersion \Policies\Explorer ​ແລ້ວ​ຄຣິກຂວາ​ເລືອກ NEW>>DWORD VALUE ​ແລ້ວ​ສ້າງ​ຊື່ວ່າ NoControlPanel ຈາກ​ນັ້ນ​ໃສ່​ຄ່າ VALUE DATA ​ເປັນ 1.

ການ​ລົງ Windows ​ໃໝ່

ການ​ລົງ Windows ​ໃໝ່
  1. 1.  ​ເປີດ​ເຄື່ອງສັ່ງ BIOS ​ໃຫ້ Boot ຈາກ CD or DVD (Boot ຈາກ CD or DVD ທໍາ​ອິດ) ຫຼັງຈາກ Save BIOS ​ແລ້ວ Exit ກົດ Enter ​ແລ້ວ​ເຄື່ອງ​ຈະ Restart.
  2. 2.  ​ໃສ່​ແຜ່ນ Widows Xp ​ເຂົ້າ​ໄປ​ໃນ CD or DVD Rom Drive.
  3. 3.  ​ແລ້ວ​ກໍ່ຈະ​ພົບ​ວ່າ press any key to boot from CD.. ​ໃຫ້​ກົດ Enter ​​ເພື່ອ Boot ​ເຄື່ອງ Windows Xp.
  4. 4.  ຈະ​ມີ​ການ Copy ​ໄຟ​ຂໍ້​ມູນ​ບາງ​ສ່ວນ​ໃຫ້​ທ່ານ​ລໍຖ້າ​ໄປ​ກ່ອນ.
  5. 5.  ​ເມື່ອ​ພົບ Welcome to setup ​ໃຫ້ລີ່​ມຕິດຕັ້ງ​ໄດ້​ທັນ​ດີ​ໂດຍ​ກົດ​ປຸ່ມ Enter ​ເພື່ອ​ທໍາ​ຂັ້ນຕອນ​ຕໍ່​ໄປ.
  6. 6.  ຈະ​ປະກົດ​ຂໍ້ຄວາມ​ກ່ຽວກັບ​ການ​ໃຊ້​ງານ windows Xp (ໜ້າຈໍ​ຂຽນວ່າ Windows Xp Licensing) ​ໃຫ້​ກົດ​ປຸ່ມ F8 ​ເພື່ອ​ຍອມຮັບລາຍ​ລະອຽດດັ່ງກ່າວ.
  7. 7.  ພໍ​ມາ​ເຖິງ​ຂັ້ນຕອນ​ນີ້​ຈະເປັນ​ການ​ເລືອກ​ຕິດຕັ້ງ Windows Xp ລົງ​ໃນ Partition ​ໃດ ທ່ານ​ຈະ​ພົບ​ໃຫ້​ເລືອກ 3 ​ແບບ​ຄື:
–    ຕິດຕັ້ງ Partition ທີ່​ເລືອກ​ໄວ້​ໃຫ້​ກົດ Enter.
–    ສ້າງ partition ​ໃໝ່​ໃຫ້​ກົດ c
–    ລົບ partition ນັ້ນກົດ D.
ຂ້າພະ​ເຈົ້າສົມມຸດ​ວ່າ​ທ່າ​ນຈະ​​ເລືອກ​ລົງ​ໃນ partition ທີ່​ເລືອກ​ໄວ້​ຄື Drive C ​ໃຫ້​ກົດ Enter ​ເພື່ອ​ຕິດຕັ້ງທີ່ Drive C.
  1. ​ເລືອກ​ລະບົບ​ໄຟ​ລ໌ທີ່​ຕ້ອງການ​ໂດຍ​ໃຫ້​ຄຣິກປຸ່ມ​ລອກ​ສອນຂື້ນລົງ ຫຼັງຈາກ​ນັ້ນ Enter.
  2. ຈະ​ປະກົດໜ້າຕ່າງ​ໃຫ້ format (to continue and format the partition ,press Enter) ​ໃຫ້​ກົດ Enter.
10. Windows ຈະ​ເລີ່​ມ format.
11. ຫຼັງຈາກ Format ​ແລ້ວ ຈະ​ມີ​ການ copy ຂໍ້​ມູນ​ລົງ​ໃນ HDD.
12. ຫຼັງຈາກ​ນັ້ນຈະ​ປະກົດໜ້າຈໍ This partition of setup has completed……​ໃກ້​ກົດ​ປຸ່ມ Enter ​ເພື່ອ Restart ​ເຄື່ອງ.
13. ຫຼັງຈາກ Restart ​ເຄື່ອງ ຢ່າ​ກົດ​ປຸ່ມ​ໃດໆ ​ໃຫ້​ລໍຖ້າ​ຈົນ​ກວ່າ​ຈະ​ຂື້ນໜ້າຈໍ Windows XP Professional.
14. ຈະ​​ເຫັນ Windows ກວດ​ສອບ​ຄ່າ​ຕ່າງໆ ພ້ອມ​ທັງ​ບອກ​ຂໍ້​ດີ​ຂອງ​ມັນ​ໄປ​ຕາມ​ເລື່ອງ…
15. ​ໃຫ້​ລໍຖ້າ​ຈົນ​ກວ່າ​ຈະ​ປະກົດໜ້າຕ່າງ  Regional and language Option ອອກມາ ຄຣິກທີ່​ແຖບ Customize .
16. ຄຣິກ​ແຖບ languages.
17. ຄຣິກໝາຍຖືກ​ທີ່​ຂໍ້ຄວາມ install files for complex scipt…. ​ແລ້ວ​ຕອບ OK ​ແລະ ຄຣິກໝາຍຖືກ​ທີ່ install files for East Asian language ​ແລ້ວ​ຕອບ OK.
18. ຈາກ​ນັ້ນ​ໃຫ້​ຄຣິກທີ່​ແຖບ Advanced.
19. ​ໃຫ້​ເລືອກ​ພາສາ​ໄທ ​ແລ້ວ​ກົດ Apply ​ເຄື່ອງ​ຈະ copy ​ໄຟ Font ພາສາ​ໄທ (ຂັ້ນຕອນ​ນີ້ຈະ​ປະກົດ​ຂື້ນມາ​ໃຫ້​ຖ້າໜ້ອຍໜຶ່ງ).
20. ຫຼັງຈາກ​ນັ້ນຄຣິກທີ່​ແຖບ Regional option  ​ແລ້ວ​ເລືອກ​ໄທ location ​ເປັນ Thailand ​ແລ້ວ​ກໍ່ຄຣິ້ກ Next.
21. ຈະ​ປະກົດໜ້າຕ່າງ personalize Your software ​ໃຫ້​ທ່ານ​ຕັ້ງຊື່​ຕາມ​ໃຈ​ໃນ​ຊ່ອງ Organisation ​ແລ້ວຄຣິກ Next.
22. ກົດໝາຍ​ເລກ​ແຜ່ນ windows XP ຊຶ່ງ​ມີ 25 ​ໂຕ ຄຣິກ Next..
23. ​ໃສ່​ຊື່ Computer ຂອງ​ທ່ານ​ທີ່​ຊ່ອງ Computer Name.
24. ຕັ້ງ password ຫຼື ບໍ່ຕັ້ງກໍ່​ໄດ້​ຕາມ​ໃຈ ຄຣິກ Next..
25. ​ໃຫ້​ຕັ້ງວັນ​ທີ​ທີ່ Time zone ​ເລືອກ GMT +7 Bangkok,Hanoi,Jakata ຄຣີກ Next…
26. ​ເລືອກ​ການ​ຕິດຕັ້ງ​ແບບ Typical ​ແລ້ວຄຣິກ Next..
27. ​ໃສ່​ຂໍ້​ມູນ​ເຄື່ອຂ່າຍ​ຂອງ​ທ່ານ​ທີ່​ເຊື່ອ​ຕໍ່ກັບ​ເຄື່ອຂ່າຍ​ໂດຍ​ໃສ່​ຊື່​ເຄື່ອຂ່າຍ​ຂອງ​ທ່ານ ຖ້າ​ມີ Modem ມັນ​ກໍ່​ໃຫ້ Set ຄ່າ​ຕ່າງໆຢູ່ຫັ້ນ​ເລີຍ..
28. ຄຣິກ Next ​ແລ້ວ​ລໍຖ້າ​ຕໍ່​ໄປ ຈົນ​ເຄື່ອງ Restart ​ໃໝ່ ຢ່າ​ກົດ​ປຸ່ມ​ໃດໆ ​ໃຫ້​ລໍຖ້າ​ຈົນ​ກ່ວາ​ຈະ​ມີ logo Windows Xp professional ປະກົດ​ຂື້ນມາ.
29. ຖ້າ​ເຄື່ອງ​ຂອງ​ທ່ານ​ເປັນ VGA ON Board ມັນ​ກໍ່ຈະ​ປັບ​ຂະໜາດຈໍ​ພາບ​ຈົນ​ໃຫ້​ທ່ານ​ເບິ່ງ​ໄດ້​ຊັດ​​ເຈນ​ແລ້ວ​ກົດ OK
30. ຈະ​ປະກົດໜ້າຈໍ  Welcome to……….​ໃຫ້​ຄຣິກ Next..
31. ຫາກ​ທ່ານ​ຕໍ່ internet ມັນ​ຈະ​ໃຫ້​ເຊື່ອມ internet ​ເພື່ອ Update ​ແນະ​ນໍາ​ວ່າ​ໃຫ້​ທ່ານ​ຂ້າມ​ຂັ້ນຕອນ​ນີ້​ໄປ​ເລີຍ​ໂດຍຄຣິກທີ່ skip..
32. ຈະ​ປະກົດໜ້າຈໍ ready to register with …..​ໃຫ້​ເລືອກ No, not this time.. ຄຣິກ Next..
33. ຄຣິກ Finish ​ເປັນອັນ​ສໍາ​ເລັດ..
34. ຈະ​ປະກົດໜ້າຈໍ who will use this computer? ​ໃຫ້​ໃສ່​ຊື່​ຜູ້​ໃຊ້​ຈະ​ມີ 5 ຊື່ ຄຣິກ Next ​ແລ້​ວຄຣິກ Finish ​ເປັນອັນ​ສໍາ​ເລັດ.
Uninstall ​ແລ້ວ​ຍັງ​ບໍ່ອອກ​ຈາກ Add or Remove Programs

  1. start > run > regedit > ok
HKEY_LOCAL_MACHINE\SOFTWARE\Microsoft\Windows\CurrentVersion\Uninstall
​ແລ້ວ​ເຂົ້າ​ໄປ​ລົບ​ໂຕ​ທີ່​ຍັງ​ຄ້າງ​ຢູ່ ​ແລ້ວ​ກໍ່ສໍາ​ເລັດ.

ສະຫຼຸບອາການ​ເສຍແລະການ​ແກ້​ໄຂ​ບັນຫາ​ຂອງComputer

ສະຫຼຸບອາການ​ເສຍ ​ແລະ ການ​ແກ້​ໄຂ​ບັນຫາ​ຂອງ Computer.
ອາການ​ເສຍ​ຂອງ Computer ນັ້ນມີຫຼາຍສາຍ​ເຫດ ສາມາດ​ວິ​ເຄາະ​ອາການ​ເບື້ອງຕົ້ນ​ໄດ້​ດັ່ງນີ້:
  1. ອາການບູດເຄື່ອງຂື້ນມາແລ້ວທຸກຢ່າງບໍ່ທຳງານ ​ແລະ ງຽບ
ວິທີແກ້ໄຂ: ​ໃຫ້​ກວດ​ເບິ່ງ​ພັດ​ລົມ​ເບື້ອງທ້າຍ​ວ່າ​ປິ່ນຫຼືບໍ່ ຫາກ​ບໍ່ປິ່ນ​ເປັນ​ໄປ​ໄດ້​ວ່າ​ປັກ​ໄຟ​ເສຍຫຼື ອາດ​ຂາດ​ໃນ ​ແລະ ​ໃຫ້​ເຂົ້າ​ໄປ​ເຊັກ​ທີ່​ຟິວຂອງ Power Supply ຫາກ​ຟິວຂາດ​ໃຫ້​ຊື້ຟິວລຸ້ນ ດຽວກັນ​ມາ​ປ່ຽນ ​ແຕ່ຖ້າ Power Supply ​ເສຍ​ຄວນ​​ແນະນຳ​ໃຫ້​ຊື້ມາ​ໃສ່​ໃໝ່.
 2. ອາການບູດເຄື່ອງແລ້ວຈໍມືດ ​ແຕ່ໄຟ LED ໜ້າຈໍ ​ແລະ ​ໄຟເຄສຕິດ.
ວິທີແກ້ໄຂ: ​ໃຫ້​ກວດ​ສອບ​ທີ່​ປຸ່ມ​ປັບ​ສີ​ທີ່ໜ້າຈໍ​ກ່ອນ ຈາກ​ນັ້ນຈຶ່ງ​ກວດ​ໃນ​ສ່ອນ​ສາຍ​ໄຟ​​ແລະ​ສາຍ ສັນຍານ​ລະຫວ່າງ​ເຄສ​ແລະ​ຈໍ​ພາບ ຫຼື ບໍ່ກໍ່ອາດ​ເປັນ​ເພາະສຽບກາດ​ຈໍ​ບໍ່​ແໜ້ນ ຫາກ​ກວດ​ອາ ການ​ເຫຼົ່ານີ້​ແລ້ວ ທຸກ​ຢ່າງ​ເປັນ​ປົກກະຕິ​ດີ ສາ​ເຫດໜ້າຈະ​ເກີດ​ຈາກ​ກາສສະ​ແດງ​ຜົນ ​ແລະ ຈໍ​ພາບ​ໃຫ້​​ເອົາ​ອຸປະກອນ​ທັງ 2 ອັນ​ໄປ​ລອງ​ກັບ​ອີກ​ເຄື່ອງໜຶ່ງທີ່​ທຳ​ງານ​ປົກກະຕິ ຖ້າ​ຫາກ​ກາດ​ສະ​ແດງ​ຜົນ​ເພ ກໍ່ຄວນ​ຈະ​ປ່ຽນ​ໃໝ່ ​ແຕ່​ຖ້າ​ເປັນ​ຈໍ​ພາບ​ໃຫ້​ກວດ​ອີ​ກ​ເທື່ອໜຶ່ງ ຖ້າ​​ແປງ​ໄດ້​ກໍ່ຄວນ ​ແປງ​ເອົາ.
  1. ອາການ​ບູດ​ເຄື່ອງ​ແລ້ວ​ມີ​ໄຟ້ທີ່ໜ້າຈໍ​ເຄສ ​ແລະ ​ໄຟຟ໋ອບປີ້​ໄດ້​ສ໌ ​ແຕ່​ຈໍ​ມືດ ​ແລະ ທຸກ​ຢ່າງ​ງຽບ.
ວິທີ​ແກ້​ໄຂ: ​ໃຫ້​ກວດ​ສອບ​​ເບິ່ງ​ການ​ເຊື່ອມ​ຕໍ່ລະຫວ່າງ​ຂົ້ວຕໍ່ສາຍ​ໄຟ​ຂອງ power supply ກັບ ​ເມນ​ບອດຖືກຕ້ອງ​ຫຼືບໍ່ ຫຼຸດຫຼວມຫຼືບໍ່ ກວດ​ສອບ​ສາຍ​ແພ​ທີ່​ເຊື່ອມ​ຕໍ່ກັບ IDE ຂອງ HDD, FDD ​ແລະ CD-Rom ຖືກຕ້ອງ​ຫຼືບໍ່ ຫຼຸດຫຼວມຫຼືບໍ່ ກວດ​ສອບ​ການ​ຕິດຕັ້ງ CPU ວ່າ​ໃສ່​ຖືກ​ຫຼືບໍ່ ຊີ​ພີ​ຢູ​ເສຍຫຼືບໍ່ ກວດ​ສອບ Jumper ຫຼື ດິບ​ສະ​ວິສ ​ແລະ ​ການ​ເຂົ້າ​ໄປ​ປ່ຽນ​ແປ່​ງຄ່າ​ໃນ BIOS ວ່າ​ມີ​ການ​ກຳນົດ​ຄ່າ​ທີ່​ຖືກຕ້ອງ​ຫຼືບໍ່ ​ໂດຍ​ສະ​ເພາະ​ຄ່າ​ແຮງ​ດັນ​ໄຟ V core.
  1. ອາການທີ່ຈໍພາບສະແດງຂໍ້ຄວາມຜິດພາດວ່າ HDD FAILURE.
ວິທີແກ້ໄຂ: ກວດ​ສອບ​ການ​ຕັ້ງຄ່າ​ໃນ BIOS ວ່າ​ຖືກຕ້ອງ​ຫຼືບໍ່
ກວດ​ສອບ​ຂົ້ວຕໍ່ IDE ວ່າ​ມີ​ການສຽບຜິດ​ດ້ານ​ຫຼືບໍ່ ຫຼຸດຫຼວມຫຼືບໍ່
ກວດ​ສອບ HDD ວ່າ​ເສຍຫຼືບໍ່ ​ໂດຍ​ການ​ເຂົ້າ​ໄປ​ເມ​ນູ BIOS ​ແລະ​ ​ໃຊ້​ຫົວ​ຂໍ້ IDE HDD Auto Detection ກວດ​ຫາ HDD ຖ້າ​ບໍ່ພົບ​ສະ​ແດງ​ວ່າ HDD ມີ​ບັນຫາ ​ແຕ່​ຖ້າ​ຫາກ​ພົບ​ສະ ​ແດງ​ວ່າ HDD ປົກກະຕິ.
  1. ອາການເມື່ອບູດເຄື່ອງຂື້ນມາແລ້ວມີສັນຍານດັງ ບິບ……….ບິ.
ວິທີແກ້ໄຂຄວນ​ກວດ​ສອບ Ram ວ່າ​ທຳ​ງານ​ເປັນ​ປົກກະຕິ​ຫຼືບໍ່ ຕິດຕັ້ງດີ​ແລ້ວ​ຫຼືຍັງ ວິທີ​ແກ້​ໄຂ​ໃຫ້​ຖອດ​ແລ້ວ​ສຽບ​ໃໝ່ ກວດ​ສອບ​ຊີ​ພີ​ຢູ ​ແລະ ການ​ຕັ້ງຄ່າ​ຈຳ​ເປີ​ວ່າ​ຖືກຕ້ອງ​ຫຼືບໍ່ ວິທີ​ແກ້​ໄຂ​ຕັ້ງຄ່າ Jumper ຈາກ​ຄູ່​ເມນ​ບອດ.

ມາຮູ້ຈັກກັບ USB

ມາຮູ້ຈັກ USB
USB ແມ່ນຫຍັງ?
USB ຫຍໍ້ມາຈາກ.Universal Serial Bus ..ເປັນພອດຫລືຊ່ອງທາງໃນການສື່ສານ
ລະຫວ່າງຄອມພິວເຕີ້ກັບອຸປະກອນອຶ່ນໆ..ບໍ່ວ່າຈະເປັນ.Printer,Modem,Mouse,
Keyboard, Digital camera…ແລະອຶ່ນໆ.ອີກຫລາຍຢ່າງຖືວ່າເປັນພອດ.(poty)
ທີ່ສຳຄັນແລະນິຍົມກັນໃຊ້ຫລາຍໃນປັດຈຸບັນ..
USB..ເລີ່ມຕົ້ນມີການໃຊ້ງານມີລຸ້ນ..USB 1.1 ຕໍ່ມາມີການພັດທະນາໃຫ້ມີຄວາມໄວສູງ
ໂດຍປ່ຽນເປັນເວີຊັນ..USB 2.0 ໂດຍມີລາຍລະອຽດດັ່ງລຸ່ມນີ້:
USB ເວີຊັນ. 1.1 ມີຄວາມໄວໃນການຮັບສົ່ງຂໍ້ມູນ..12 Mbits ຕໍ່ວິນາທີ
USB ເວີຊັນ.2.0 ມີຄວາມໄວໃນການຮັບສົ່ງຂໍ້ມູນ 480 Mbits ຕໍ່ວິນາທີ
ຂໍ້ຄວນລະມັດລະວັງໃນການເລືອກຊື້ USB 2.0 Full speed and USB 2.0 Hi speed
USB Version 2.0 full speed ມີຄວາມໄວໃນການຮັບສົ່ງຂໍ້ມູນ.12 Mbits ຕໍ່ວິນາທີ
USB version 2.0 Hi speed ມີຄວາມໄວໃນການຮັບສົ່ງຂໍ້ມູນ.480 Mbits ຕໍ່ວິນາທີ
ການໃຊ້ງານ..USB Port. USB ເປັນພອດທີ່ມີການໃຊ້ກະແສໄປດ້ວຍ. ດັ່ງນັ້ນຫລັງຈາກການ
ໃຊ້ງານຫລືຖອດUSBອອກຈາກເຄື່ອງຄອມ…ຄອມເຮົາຈຳເປັນຈະຕ້ອງມີການຮຽກໃຊ້
“Safely Remove Hardware” ຫລື “Unplug or Eject Hardware” ເສຍກ່ອນໂດຍມີຂັ້ນ
ຕອນສັ້ນໆດັ່ງນີ້:
ດັບເບີ້ນຄຣິກເລືອກທີ່ຮູບລູກສອນສີຂຽວທີ່ບໍລິເວນ..TASKBAR ຫລື.ຄຣິກຂວາແລ້ວເລືອກ
Safely Remove Hardware ຫລື Unplug or Eject Hardware (ແລ້ວແຕ່ Windows ແຕ່ລະເວີຊັນ)
ເລືອກອຸປະກອນທີ່ຕ້ອງການຍົກເລີກ…ຈາກນັ້ນໃຫ້ຄຣິກປຸ່ມ.Stop..ແລ້ວກໍ່ສາມາດຖອດອຸປະກອນທີ່
ເຊື່ອມຕໍ່ກັບຄອມພິວເຕີ້ໄດ້

ວິທີລົບຖັງຂີ້ເຫຍື້ອແບບໄວ

ເປັນວິທີທີ່ເຮັດໃຫ້ເຮົາລົບໄຟແບບງ່າຍດາຍ ເຊິ່ງເຮົາສາມາດເຮັດໄດ້ດັ່ງນີ້:
  1. ຄຣີກຂວາທີ່ Recycle Bin
  2. ຄຣິ້ກ Empty Recycle Bin
  3. ຄຣິ້ກ yes……ກໍ່ສໍາເລັດ

ການເຂົ້າຫາ BIOS

ສໍາຫລັບການເຂົ້າຫາ BIOS ໂດຍການໃຊ້ຄີບອດສໍາລັບລຸ້ນຕ່າງໆກົດມີດັ່ງ:
  1. ກົດປຸ່ມ Del = ສໍາລັບ Main Board ລຸຸ້ນ, MB Asus, MB ECS, MB Gigabyte
  2. ກົດປຸ່ມ F2 = ສໍາລັບ Main Board ລ້ນ MB Asrock, Acer, Dell, HP, Asus………
  3. ກົດປຸ່ມ F10 = ສໍາລັບ Main Board Compaq, Sony……..
  4. ກົດປຸ່ມ Alt + CTRL + ESC = ສໍາລັບ Mainboard ລຸ້ນ Toshiba…
ເພື່ອຢາກໃຫ້ BIOS ຄ້າງຕອນເປີດເຄື່ອງໃຫ້ກົດ ປຸ່ມ Pause Break ເພື່ອໃຫ້ມັນຢຸດ ແຕ່ຖ້າຢາກໃຫ້ມັນດໍາເນີນຕໍ່ຕ້ອງກົດປຸ່ມ Pause Break ອີກ.
ສໍາລັບການເຂົ້າຫາ BIOS ກໍ່ມີວິທີທີ່ແຕ່ງຕ່າງກັນໄປ…..ເພາະສະນັ້ນ ລຸ້ນຕ່າງໆທີ່ອອກມາໃໝ່ ກໍອາດຈະແຕກຕ່າງກັນໄປດ້ວຍ…